1. ເປັນບໍລິສັດ ນຳຫນ້າອັນດັບໜຶ່ງ ຂອງ ສປປ ລາວ ໃນການຮັບປະກັນ ແລະ ການຕອບສະຫນອງພະລັງງານໄຟຟ້າຢ່າງພຽງພໍ ແລະ ທັນການ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ
2. ເປັນບໍລິສັດທີ່ຈະປະກອບສ່ວນຢ່າງແຂງແຮງ ສ້າງໃຫ້ ສປປ ລາວ ກາຍເປັນຫມໍ້ໄຟ ຂອງອາຊຽນ ແລະ ປະກອບ ສ່ວນຢ່າງເຕັມກຳລັງເຮັດໃຫ້ ຂົງເຂດອາຊຽນ ມີຄວາມຫມັ້ນຄົງທາງດ້ານພະລັງງານຢ່າງຍືນຍົງ.
3. ເປັນບໍລິສັດແນວໜ້າໃນການໃຫ້ການບໍລິການ O&M ໂຮງງານໄຟຟ້າ ພາຍໃນ ແລະ ຂົງເຂດອາຊຽນ
4. ເປັນບໍລິສັດແນວໜ້າໃນການສ້າງມູນຄ່າເພີ່ມ ໃຫ້ແກ່ຜູ້ຖືຮຸ້ນຈາກການລົງທຶນ
ພາລະກິດ

1. ຢືນຄຽງຄູ່ ແລະ ສົມທົບຢ່າງສະຫນິດແຫນ້ນ ກັບ ລັດວິສາຫະກິດໄຟຟ້າລາວ ໃນການສະໜອງພະລັງງານໄຟຟ້າ ຢ່າງຫມັ້ນຄົງດ້ານປະລິມານ ແລະ ຄຸນນະພາບ ເພື່ອສະຫນອງໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ໃນ ທົ່ວປະເທດ ແລະ ໃນຂົງເຂດອາຊຽນ ດ້ວຍລາຄາທີ່ສົມເຫດສົມຜົນ ແລະ ສ້າງມູນຄ່າໃຫ້ແກ່ຜູ້ຖືຮຸ້ນ.
2. ສະໜອງພະລັງໄຟຟ້າຈາກພະລັງງານທົດແທນທີ່ສະອາດ ເພື່ອສ້າງຄວາມໝັ້ນຄົງ ແລະ ຍືນຍົງທາງດ້ານພະລັງງານ.
3. ລົງທຶນໃນຂະແໜງທຸລະກິດຕ່າງໆ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜູ້ຖືຮຸ້ນໂດຍນໍາໃຊ້ທຶນ ແລະ ຊັບສິນຂອງບໍລິສັດ ກໍ່ຄື ຊັບສິນຂອງຜູ້ຖືຮຸ້ນ.

4. ຮັບຜິດຊອບຕໍ່ຜູ້ຖືຮຸ້ນ ແລະ ຜູ້ມີສ່ວນໄດ້ສ່ວນເສຍ ຢ່າງເຕັມສ່ວນໃນການປົກປັກຮັກສາຊັບສິນ ຂອງຜູ້ຖືຮຸ້ນ ໃຫ້ມີຄວາມຫມັ້ນຄົງ.
5. ຕັ້ງຫນ້າສ້າງຄວາມຮັ່ງມີ ແລະ ມູນຄ່າ ໃນໄລຍະຍາວໃຫ້ແກ່ຜູ້ຖືຮຸ້ນ.
6. ປະຕິບັດຕາມ ວິໄສທັດ ແລະ ພາລະກິດ ທີ່ໄດ້ຮັບມອບຫມາຍ ຢ່າງຄ່ອງແຄ້ວ ແລະ ມີຫລັກການ ໂດຍຄຳນືງເຖິງ ບັນດາຄວາມສ່ຽງຕ່າງໆ ໃນປັດຈຸບັນ ແລະ ອະນາຄົດ.
7. ມີຂະບວນການຕັດສິນໃຈ ແລະ ຂັ້ນຕອນການດຳເນີນງານທີ່ ຈະແຈ້ງໂປ່ງໃສ ແລະ ກວດສອບໄດ້

8. ປະຕິບັດຕໍ່ທຸກຝ່າຍທີ່ກ່ຽວຂ້ອງ ຢ່າງສະເຫມີພາບເທົ່າທຽມກັນ ແລະ ຫລີກເວັ້ນສະພາບທີ່ຈະກໍ່ໃຫ້ເກີດມີຂໍ້ຂັດແຍ່ງທາງດ້ານຜົນປະໂຫຍດ ຫລື ຜົນປະໂຫຍດຊ້ຳຊ້ອນ.
9. ນຳໃຊ້ ຫົວຄິດປະດິດສ້າງ ແລະ ເຕັກນິກວິທະຍາການ ທີ່ກ້າວຫນ້າ ແນໃສ່ ຍົກສູງປະສິດທິພາບໃນການບໍລິຫານ ທຸລະກິດ ແລະ ການຜະລິດ ຢ່າງຕໍ່ເນື່ອງ ແລະ ໃຫ້ສາມາດແຂ່ງຂັນໄດ້.
10. ຕັ້ງຫນ້າຍົກສູງ ແລະ ພັດທະນາ ຄຸນສົມບັດ ແລະ ຄວາມສາມາດ ຂອງພະນັກງານ ຂອງບໍລິສັດ ໃນທຸກລະດັບ ໃຫ້ມີຄວາມກ້າວຫນ້າ ແລະ ມີສ່ວນຮ່ວມໃນການຂະຫຍາຍ ແລະ ພັດທະນາ ບໍລິສັດ ດ້ວຍຄວາມຮູ້ສຶກທີ່ພາກພູມໃຈ, ມີຄວາມຮັບຜິດຊອບ ແລະ ເປັນເຈົ້າຂອງແນໃສ່ພັດທະນາ ພະນັກງານຂອງບໍລິສັດ ໃນດ້ານການໃຫ້ບໍລິການ O&M ໃຫ້ໂຮງງານໄຟຟ້າ ທັງພາຍໃນ-ຂົງເຂດອາຊຽນຢ່າງຕໍ່ເນື່ອງ ແລະໃຫ້ສາມາດແຂ່ງຂັນໄດ້.
11. ເອົາໃຈໃສ່ ຕໍ່ສັງຄົມ, ແຫລ່ງນໍ້າ ແລະ ສິ່ງແວດລ້ອມ.